ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະດັບຫລຽນໄຊພິລະອາດຫານ ໃຫ້ການນຳແຂວງສະຫວັນນະເຂດ


ພິທີປະດັບຫລຽນໄຊພິລະອາດຫານຊັ້ນຕ່າງໆ ໃຫ້ແກ່ການນຳແຂວງສະຫວັນນະເຂດ

     ພິທີປະດັບຫລຽນໄຊພິລະອາດຫານຊັ້ນຕ່າງໆ ໃຫ້ແກ່ການນຳແຂວງສະຫວັນນະເຂດ ຜູ້ທີ່ມີຜົນງານໃນການເຄື່ອນໄຫວນໍາພາ-ຊີ້ນໍາ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2023 ນີ້ ຢູ່ທີ່ ຫ້ອງວ່າການປົກຄອງແຂວງສະຫວັນນະ
ເຂດ , ໂດຍການເຂົ້າຮ່ວມ ແລະ ປະດັບຫລຽນ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ,
ຮອງນາຍົກລັດຖະມົນຕີ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະ
ຊວງປ້ອງກັນປະເທດ, ມີ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງການເງິນ, ສະຫາຍ ບຸນໂຈມ ອຸ
ບົນປະເສີດ ກໍາມະການສູນກາງພັກ, ເຈົ້າແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງສະຫວັນນະເຂດ, ມີຫ້ອງການຄະນະກຳ
ມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ກົມນະໂຍບາຍກົມໃຫຍ່ການເມືອງກອງທັບ, ຄະນະກໍາມະການປ້ອງກັນຊາດ-
ປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ, ຄະນະພັກ-ຄະນະບັນຊາ, ພະນັກງານຫລັກແຫຼ່ງ ປກຊ-ປກສ ແຂວງເຂົ້າຮ່ວມ.

     ສະຫາຍ ພົນຕີ ສະຫວ່າງໄຊ ສິນນະວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງການຄະນະກຳມະການ ປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການແຕ່ງຕັ້ງກຳມະການ ຄະ
ນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ອີງຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກ
ທີ 031/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ແລະ ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່
ວຽກງານຢູ່ ແຂວງສະຫວັນນະເຂດ, ຄະນະເລຂາທິການສູນກາງພັກຕົກລົງແຕ່ງຕັ້ງກຳມະການຄະນະກຳມະການປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ ແຂວງສະຫວັນນະເຂດ ດັ່ງນີ້: ສະຫາຍ ພົນຈັດຕະວາ ຂັນທີ ສະໝາມອຸ່ນ  ແລະ ສະຫາຍ ພູລຳພອນ ສີຫາວົງ ເປັນກຳ
ມະການ.

     ຈາກນັ້ນ, ສະຫາຍ ພົນຈັດຕະວາ ພູມມີ ດາລາເພັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການ
ເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບ ຫລຽນໄຊພິລະອາດຫານ ຊັ້ນຕ່າງໆ ໃຫ້ແກ່ການນຳ ແຂວງສະຫວັນນະເຂດ ເພື່ອ
ຍ້ອງຍໍຜົນງານໃນການປະກອບສ່ວນນໍາພາ-ຊີ່ນໍາກຳລັງ ປກຊ-ປກສ ແກ້ໄຂໜໍ່ແໜ່ງຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ປະກົດ
ການຫຍໍ້ທໍ້ຕ່າງໆຢູ່ພາຍໃນແຂວງໃຫ້ມີຄວາມສະຫງົບໂດຍພື້ນຖານ, ກະຊວງປ້ອງກັນປະເທດຕົກລົງມອບ ຫລຽນໄຊພິລະອາດຫານ
ຊັ້ນ I ໃຫ້ແກ່ການນຳແຂວງສະຫວັນນະເຂດ ຈຳນວນ 2 ສະຫາຍ ຄື: ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ລັດຖະ
ມົນຕີກະຊວງການເງິນ (ອະດີດເຈົ້າແຂວງ ແຂວງສະຫວັນນະເຂດ) ແລະ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກເລຂາ
ພັກແຂວງ ເຈົ້າແຂວງ ແຂວງສະຫວັນນະເຂດ, ມອບຫລຽນໄຊພິລະອາດຫານ ຊັ້ນ II ຈຳນວນ 7 ສະຫາຍ ດັ່ງນີ້: ສະຫາຍ ພູວັງ ເກດ
ແກ້ວພົມພອນ ຮອງເລຂາພັກແຂວງ, ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງ, ສະຫາຍ ກົງແກ້ວ ມີວໍລະຈັກ ຮອງເລຂາພັກ
ແຂວງ, ປະທານສະພາປະຊາຊົນແຂວງ, ສະຫາຍ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ, ສະທານສະພາສຶກສາ ປກຊ-ປກສ ແຂວງ,
ສະຫາຍ ປອ ແສນສັກ ສຸລິສັກ ຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານເສດຖະກິດ, ສະຫາຍ ພົນຈັດຕະວາ ສົມໝາຍ ພົມມະຈັນ ຮອງປະທານ
ຄະນະກຳມະການ ປກຊ-ປກສ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ສະຫາຍ ທອງໃສ ໄຊຍະວົງຄຳດີ ເຈົ້າເມືອງ ເມືອງ
ອຸທຸມພອນ, ສະຫາຍ ຄຳຜຸຍ ສີບຸນເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ມອບຫລຽນໄຊພິລະອາດຫານ ຊັ້ນ III
ໃຫ້ແກ່ ເຈົ້າເມືອງ, ເຈົ້ານະຄອນ ພະແນກການຕ່າງໆ ແລະ ບໍລິສັດຈຳນວນ 18 ສະຫາຍ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນຳແຂວງສະຫວັນນະເຂດ ກໍຄື ຄະ
ນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ທີ່ໄດ້ນຳພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອັນໄດ້ສ້າງພື້ນ
ຖານ ໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນເທື່ອລະກ້າວ, ເສດຖະກິດ, ວັດທະນະທຳ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ
ແລະ ເຮັດໃຫ້ ສະພາບພາຍໃນແຂວງມີຄວາມສະຫງົບ. ພ້ອມນີ້, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກໃຫ້ການນໍາ
ແຂວງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ເພີ່ມທະວີຄວາມເປັນເຈົ້າການນໍາພາ-ຊີ້ນໍາຕໍ່ຂົງເຂດວຽກງານດັ່ງກ່າວໃຫ້ແຂງແຮງ, ມີຈຸດສຸມ
ຕາມທິດຊີ້ນໍາຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນໍາກໍາລັງຫັນກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ເຄື່ອນໄຫວຕາມພາລະບົດ
ບາດຂອງຕົນຢ່າງແຂງແຮງກວ່າເກົ່າ, ພະນັກງານແຕ່ລະຂັ້ນຕ້ອງເຊື່ອມຊຶມກໍາແໜ້ນໜ້າທີ່ພາລະບົດບາດຂອງຕົນ ຕິດພັນກັບວຽກງານ 3 ສ້າງ,
ແກ້ໄຂສະພາບຄວາມບໍ່ສະຫງົບໃຫ້ຂາດຕົວ, ສ້າງໃຫ້ເປັນກໍາລັງຫຼັກແຫຼ່ງທີ່ເຂັ້ມແຂງ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດ
ເປັນກົກ, ເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ ແລະ ເອົາວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພື້ນຖານ ເພື່ອ
ຮັບປະກັນໃນການປະຕິບັດວຽກງານໃຫ້ມີຄຸນນະພາບສູງສຸດ. ສໍາລັບບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນກຳມະການ ຄະນະກຳມະການ
ປກຊ-ປກສ ແຂວງ; ເຊິ່ງເປັນຕຳແໜ່ງໜຶ່ງ ແລະ ໜ້າທີ່ໜຶ່ງທີ່ມີຄວາມສໍາຄັນໃນການນໍາພາ-ຊີ້ນຳ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ ຢູ່ໃນຂັ້ນແຂວງ, ເຊິ່ງໃນນີ້ກຳມະການຄະນະກຳມະການ ປກຊ-ປກສ ແຂວງ ແມ່ນເປັນການຈັດຕັ້ງໜຶ່ງທີ່ມີບົດບາດສຳຄັນພາຍໃນ
ແຂວງ ແລະ ເປັນເສນາທິການໃຫ້ແກ່ຄະນະກຳມະການ ປກຊ-ປກສ ສູນກາງ, ຄະນະພັກແຂວງ ເພື່ອຄົ້ນຄວ້າ, ກຳນົດບັນຫາຍຸດທະສາດກ່ຽວ
ກັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງທ້ອງຖິ່ນ, ຂອງຊາດ; ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ເຄື່ອນໄຫວເພື່ອຮັບປະກັນໃຫ້ແຂວງ ມີສະຖຽນລະພາບທາງ
ດ້ານການເມືອງ,ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.

     ໃນພິທີ, ຍັງໄດ້ຮັບຟັງການລາຍງານຫຍໍ້ ການຈັດຕັ້ງເຄື່ອນໄຫວນໍາພາ-ຊີ້ນຳ ຂອງຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບ ຢູ່ແຂວງ ສະຫວັນນະເຂດ ໃນໄລຍະຜ່ານມາ ເຊິ່ງເຫັນວ່າ ທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ, ການພັດທະນາເສດຖະກິດ, ວັດ
ທະນະທຳ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບກຳລັງ ປກຊ-ປກສ ແລະ ປະຊາຊົນບັນດາເຜົ່າ
ໄດ້ມີການປ່ຽນແປງໄປໃນທິດທາງທີ່ດີເຮັດໃຫ້ທຸກຊັ້ນຄົນມີຄວາມຕື່ນຕົວປະກອບສ່ວນເຂັ້າໃນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບທົ່ວປວງຊົນຮອບດ້ານຢ່າງແຂງແຮງ.

ແຫຼ່ງຂ່າວໂດຍ ໂຊເລ້ ບຸນເຮືອງ
ວັນທີ 29/11/2023